ສິ່ງແວດລ້ອມ ແລະ ສັງຄົມ

ແຜນຜ້າແຫ່ງຄວາມສຳເລັດ

ແຜນຜ້າແຫ່ງຄວາມສຳເລັດ

 

ຮ້ານນີ້ໃຫ້ໂອກາດຫຼາຍກວ່າແກ່ຄອບຄົວຂອງພວກເຮົາ. ຂ້ອຍໃຊ້ເງິນປັນຜົນເພື່ອສົ່ງລູກຊາຍຂອງຂ້ອຍຮຽນວິທະຍາໄລບໍລິຫານທຸລະກິດທີ່ວຽງຈັນ-ພວກເຮົາລົງທຶນໃນອະນາຄົດ.” ນາງຂັນຕະມາວິລະພັນກຸ່ມແມ່ຍິງຕຳແຜ່ນມະຫາໄຊ.

ນາງຂັນຕະມາຍົກຕີນອອກຈາກແປ້ນຢຽບແລະສຽງສະໜັ່ນຂອງຈັກຫຍິບເຄື່ອງຢຸດລົງ. ລາວຍີ້ມໃຫ້ລູກຄ້າຄົນທຳອິດຂອງມື້ນັ້ນແລະລຸກຂຶ້ນເພື່ອສະແດງຜະລິດຕະພັນທີ່ຫຼາກຫຼາຍຈາກກຸ່ມແມ່ຍິງຕ່່ຳແຜ່ນມະຫາໄຊໃຫ້ຄົນຕ່າງປະເທດເບິ່ງ.


ເຄິ່ງຊົວໂມງຕໍ່ມາກຸ່ມລູກຄ້າໄດ້ຈາກໄປ, ເຮັດໃຫ້ສິນຄ້າໃນຮ້ານຫຼຸດລົງພ້ອມກຳໄລປະມານ 60 ໂດລາສະຫະລັດ. ນາງຂັນຕະມາມີຄວາມຍິນດີ-ລາວບໍ່ມີກຸ່ມລູກຄ້າແບບນີ້ທຸກວັນ. ເປັນສະມາຊິກຜູ້ກໍ່ຕັ້ງກຸ່ມຕ່ຳແຜ່ນ, ເຊິ່ງເລີ່ມຕົ້ນຢ່າງບໍ່ເປັນທາງການໃນປີ 2005, ລາວບໍລິຫານຮ້ານນັບຕັ້ງແຕ່ເປີດບໍລິການໃນປີ 2008.

ໃນປີ 2007, ກຸ່ມເລີມໄດ້ຮັບການສະໜັບສະໜູນຈາກບໍລິສັດໄຟຟ້ານ້ຳເທີນ 2. ໃນປີນັ້ນອະດີດປະທານທະນາຄານໂລກທ່ານເຈມສ໌ວອລ໌ເຟນສອນໄດ້ລົງຢ້ຽມຢາມບ້ານມະຫາໄຊເພື່ອກວດກາວ່າປະຊາຊົນທີ່ອາໃສຢູ່ໃນເຂດລຸ່ມນ້ຳຂອງໂຄງການມີຄວາມເພິ່ງພໍໃຈຫຼາຍຜ່ານຂະບວນການປຶກສາຫາລືແລະຈ່າຍຄ່າຕອບແທນຈັດຕັ້ງຂຶ້ນໂດຍບໍລິສັດໄຟຟ້ານ້ຳເທີນ 2 ໃນລະຫວ່າງການກໍ່ສ້າງເຂື່ອນໄຟຟ້ານ້ຳເທີນ 2. “ຕໍ່ຈາກນັ້ນແມ່ນເພື່ອນຂອງຂ້ອຍຈາກສະຫະພັນແມ່ຍິງລາວໄດ້ຮ້ອງຂໍລາວເພື່ອສ້າງຮ້ານສຳລັບກຸ່ມຕ່ຳແຜ່ນ”, ນາງຂັນຕະມາທົບທວນຄວາມຈຳ. “ລາວເບິ່ງຄືແປກໃຈໜ້ອຍໜຶ່ງ, ແຕ່ເວົ້າວ່າລາວຈະສຶກສາເບິ່ງວ່າລາວສາມາດເຮັດຫຍັງໄດ້ແດ່”. 

ທັງທະນະຄານໂລກແລະບໍລິສັດໄຟຟ້ານ້ຳເທີນ 2 ປະກອບສ່ວນທຶນຮອນໃນການສ້າງຕັ້ງຮ້ານ, ເຊິ່ງເປີດໃນປີ 2008. ກັບປະສົບໃນການເຮັດທຸລະກິດຜ້າໄໝມາກ່ອນແລະບໍ່ມີໄຮ່ນາຕ້ອງເບິ່ງແຍງ, ນາງຂັນຕະມາຮັບໜ້າທີ່ຂາຍຍ່ອຍແລະອອກແບບ. ລາວເປັນພຽງຜູ້ດຽວທີ່ເຮັດວຽກເຕັມເວລາໃນທຸລະກິດຕ່ຳແຜ່ນ, ແຕ່ປັດຈຸບັນມີຜູ້ຕ່ຳແຜນເກົ້າຄົນພາຍໃນກຸ່ມ, ເຊິ່ງມີຜະລິດຕະພັນຫຼັກແມ່ນຜ້າຝ້າຍຍ້ອມສີທຳມະຊາດແລະຜະລິດຕະພັນປະກອບອື່ນໆ. ຜູ້ຕ່ຳແຜນໄດ້ຮັບການຝຶກອົບຮົມໃນການຍ້ອມສີ, ໃນຂະນະທີ່ນາງຂັນຕະມາເຂົ້າຮ່ວມການຝຶກອົບຮົມການອອກແບບແລະການຕະຫຼາດ. ກຸ່ມໄດ້ຂະຫຍາຍແບບຄ່ອຍເປັນຄ່ອຍໄປໃນສາຍຜະລິດຕະພັນແລະຍອດຂາຍ

ສອງສາມປີຜ່ານມາພວກເຮົາຂາຍຜ້າຫຼາຍກໍ້,” ລາວກ່າວ. “ເມື່ອພວກເຮົາເລີ່ມກໍ່ຕັ້ງຮ້ານຂ້ອຍຢືມເງິນຈຳນວນໜຶ່ງຈາກກອງທຶນບ້ານສ້າງຕັ້ງໂດຍບໍລິສັດໄຟຟ້ານ້ຳເທີນ 2, ແລະຂ້ອຍໄດ້ຊື້ອຸປະກອນແລະວັດຖຸຈຳນວນໜຶ່ງ. ພວກເຮົາເລີ່ມຕົ້ນຈາກລະດັບພື້ນຖານຫຼາຍ, ແຕ່ວ່າບໍລິສັດໄຟຟ້ານ້ຳເທີນ 2 ໄດ້ຊ່ວຍຂ້ອຍໃນການເດີນທາງ, ເຂົ້າຮ່ວມງານຕະຫຼາດນັດ, ແລະແລກປ່ຽນແນວຄິດໃນຫຼາຍສະຖານທີ່. ກະເປົ໋າຂອງພວກເຮົາເປັນທີ່ນິຍົມ, ແຕ່ພວກເຮົາຈະເຄື່ອນຍ້າຍໄປສູ່ການຜະລິດເສື້ອເນື່ອງຈາກວ່າຕະຫຼາດຈະໃຫ້ຜົນຕອບແທນທີ່ດີ, ໂດຍສະເພາະການອອກແບບແບບລາວເດີມ”.

ອີງຕາມນາງຂັນຕະມາ, ຜູ້ຕ່ຳແຜ່ນແຕ່ລະຄົນໄດ້ກຳໄລປະມານ 250 ໂດລາສະຫະລັດຕໍ່ປີຈາກຮ້ານ, ການປະກອບສ່ວນທີ່ເປັນປະໂຫຍດໃນຄອບຄົວຂອງພວກເຂົາຈາກອາຊີບເສີມ. ສະມາຊິກສ່ວນໃຫຍ່ແມ່ນມີອາຊີບເຮັດນາເປັນຕົ້ນຕໍເຊິ່ງມີອາຊີບລ້ຽງສັດແລະເຮັດສ່ວນຄົວ, ເພື່ອຫາລ້ຽງຊີວິດ

ສິ່ງທ້າທາຍຫຼັກສຳລັບກຸ່ມແມ່ນການຂະຫຍາຍຖານລູກຄ້າ. ເມືອງມະຫາໄຊຕັ້ງຢູ່ປະມານ 20 ກມຈາກຖະໜົນໃຫຍ່ແລະບໍ່ຢູ່ຕາມເສັ້ນທາງການຄ້າຫຼືການທ່ອງທ່ຽວຫຼັກ. “ລູກຄ້າຂອງພວກເຮົາສ່ວນໃຫຍ່ແມ່ນພະນັກງານລັດ, ຫຼືຄົນຕ່າງປະເທດທີ່ມາຢ້ຽມຢາມເຂື່ອນໄຟຟ້ານ້ຳເທີນ 2” ນາງຂັນຕະມາກ່າວ. “ຜົວຂອງຂ້ອຍ, ຜູ້ທີ່ເຮັດວຽກໃຫ້ເມືອງ, ແນະນຳຮ້ານໃຫ້ແກ່ພະນັກງານລັດທີ່ມີຢ້ຽມຢາມ, ແລະບໍລິສັດໄຟຟ້ານ້ຳເທີນ 2 ພາແຂກມາທີ່ນີ້. ພວກເຮົາເອື່ອຍອີງໃສ່ການຊື້ຂາຍຈາກພາຍນອກແລະພວກເຮົາຕ້ອງການຄວາມຊ່ວຍເຫຼືອໃນການໂຄສະນາຜະລິດຕະພັນຂອງພວກເຮົາໄປຍັງຂົງເຂດອື່ນທີ່ກວ້າງຂວາງອອກໄປ.” ລາວຢຸດພັກຈາກນັ້ນສະແດງສີໜ້າຍິ້ມແຍ້ມ. “ບາງທີລູກຊາຍຂອງຂ້ອຍອາດຈະສາມາດຊ່ວຍໃນເລື່ອງນີ້ເມື່ອລາວຮຽນຈົບບໍລິຫານທຸລະກິດ!”