ສິ່ງແວດລ້ອມ ແລະ ສັງຄົມ

ການກຳຈັດພືດຮຸກຮານ

ການກຳຈັດພືດຮຸກຮານ

 

ຫຍ້າຍຸບແຜ່ລາມຢ່າງໄວວາຖ້າຫາກວ່າບໍ່ມີການກວດສອບມັນຈະກາຍເປັນອຸປະສັກທີ່ແທ້ຈິງໃນການດຳລົງຊີວິດຂອງປະຊາຊົນທ້າວພຸດທະກອນຫຼວງໂຍທາ, ຜູ້ຮັບຜິດຊອບດ້ານຊີວະນາໆພັນຂອງບໍລິສັດໄຟຟ້ານ້ຳເທີນ 2.

ໃນຕອນທ່ຽງຂອງເດືອນພຶດສະພາທີ່ອົບເອົ້າທີ່ພູພຽງນາກາຍໃນເຂດພາກກາງຂອງລາວ, ຜູ້ຍິງສອງຄົນແລະຜູ້ຊາຍສອງຄົນໝົ້ນຜ່ານພຸ່ມໄມ້ທີ່ໜ້າແໜ້ນຢູ່ແຄມເສັ້ນທາງຊົນນະບົດ, ຢຸດຢູ່ພຸ່ມໄມ້ໃດໜຶ່ງເພື່ອຕັດກິ່ງໄມ້ແລ້ວໃສ່ຢາປາບສັດຕູພືດ. ໂດຍການໃສ່ຊົບມື, ໜ້າກາກແລະໝວກກັນກະທົບ, ພວກເຂົາກວດສອບງ່າໄມ້ປະເພດນີ້ເພື່ອຊອກຫາຝັກທີ່ມີແກ່ນ, ແກະເປືອກຝັກທີ່ພວກເຂົາສາມາດພົບເຫັນແລ້ວເອົາຝັກທີ່ມີແກ່ນໃສ່ໃນກ່ອງ. ໃນເວລາຕໍ່ມາໜໍ່​ແໜງ​ຂອງພືດດັ່ງກ່າວຈະຖືກທຳລາຍຢ່າງລະມັດລະວັງ

ການກຳຈັດພືດດັ່ງກ່າວຢ່າງບໍ່ມີຄວາມປານີປານອມແມ່ນໄດ້ວາງແຜນລະອຽດເພື່ອຄວບຄຸມຫຍ້າຍຸບ. ພືດດັ່ງກ່າວມີຖິ່ນກຳເນີດຢູ່ທະວີບອາເມລິກາໃຕ້ເຊິ່ງແມ່ນຄູ່ແຂ່ງສຳຄັນສຳລັບສານອາຫານໃນດິນແລະພື້ນທີ່ແລະໄດ້ແຜ່ລາມຢ່າງໄວວາທົ່ວຫຼາຍພາກຂອງອາຊີຕາເວນອອກສຽງໃຕ້. ຢູ່ພູພຽງນາກາຍ, ເຊິ່ງເປັນບ່ອນທີ່ມີດິນບໍ່ອຸດົມສົມບູນແລະພື້ນທີ່ຈຳກັດໄດ້ຮັບການຈັດການເພື່ອສ້າງວິຖີຊີວິດແບບຍືນຍົງສຳລັບປະຊາຊົນທີ່ຖືກຍົກຍ້າຍຈັດສັນເຊິ່ງເປັນສ່ວນໜຶ່ງຂອງໂຄງການອະເນກປະສົງຂອງບໍລິສັດໄຟຟ້ານ້ຳເທີນ 2, ພືດດັ່ງກ່າວແມ່ນສິ່ງທີ່ບໍ່ເພິ່ງປະສົງ.


ນາງດາວວີຈາກໜ່ວຍງານຄຸ້ມຄອງສິ່ງແວດລ້ອມເມືອງນາກາຍແມ່ນໜຶ່ງໃນໝູ່ຄະນະທີ່ເຮັດວຽກເພື່ອກຳຈັດພືດບຸກລຸກດັ່ງກ່າວຈາກເຂດພູພຽງ. ຄຽງຄູ່ກັບຫຍ້າຟ້າລະງັບ, ພືດສອງສະນິດອື່ນໄດ້ຖືກເລັງເປົ້າໝາຍເຊັ່ນຜັກຕົບແລະຂີ້ຈອກເຊິ່ງສາມາດສ້າງຜົນກະທົບໃຫ້ອ່າງເກັບນ້ຳແລະທາງນ້ຳ. “ພືດເຫຼົ່ານີ້ຫຼຸດຜ່ອນຊີວະນາໆພັນໂດຍການກຳຈັດພືດພື້ນເມືອງ”, ນາງດາວວີອະທິບາຍ, “ແລະພວກມັນຍັງກີດກັນການເຂົ້າເຖິງທັງທາງບົກແລະທາງນ້ຳຂອງຄົນແລະສັດ

ບໍລິສັດໄຟຟ້ານ້ຳເທີນ 2 ໄດ້ຝຶກອົບຮົມແລະປະກອບເຄື່ອງມືໃຫ້ແກ່ນາງດາວວີແລະເພື່ອນຮ່ວມງານຂອງລາວຈາກຫ້ອງການກະສິກຳແລະປ່າໄມ້ທ້ອງຖິ່ນເພື່ອບອກຈຸດ, ບັນທຶກແລະທຳລາຍພືດດັ່ງກ່າວ. ລາວຍັງເຮັດວຽກກັບປະຊາຊົນໃນບ້ານຍົກຍ້າຍຈັດສັນ, ໃຫ້ພວກເຂົາລາຍງານແລະທຳລາຍພືດບຸກລຸກເມື່ອພວກເຂົາສາມາດ. ໃນກໍລະນີຂອງຫຍ້າຍຸບ, ເຊິ່ງມີງ່າທີ່ໜາແລະໜາມຍາວ, ສິ່ງນີ້ແມ່ນເປັນໄປບໍ່ໄດ້ແລະໜ້າທີ່ໃນການກຳຈັດແມ່ນປ່ອຍໃຫ້ເປັນວຽກຂອງມືອາຊີບ.

ມັນແມ່ນວຽກທີ່ໜັກ, ແຕ່ມີຄວາມຈຳເປັນ, ” ນາງດາວວີກ່າວ. “ຖ້າຫາກວ່າພວກເຮົາບໍ່ດຳເນີນການຢ່າງໄວວາພືດເຫຼົ່ານີ້ຈະແຜ່ລາມຢ່າງໄວວາແລະບໍ່ສາມາດຈັດການໄດ້. ໂດຍການອຸ້ມຊູຈາກບໍລິສັດໄຟຟ້ານ້ຳເທີນ 2 ພວກເຮົາມີການຝຶກອົບຮົມແລະເຄື່ອງມືທີ່ດີແລະດຽວນີ້ພວກເຮົາຕ້ອງສ້າງຈິດສຳນຶກໃຫ້ຊາວນາທັງໝົດຮັບຮູ້ກ່ຽວກັບບັນຫານີ້. ຖ້າຫາກວ່າທຸກຄົນປະກອບສ່ວນ, ພວກເຮົາສາມາດປົກປ້ອງສິ່ງແວດລ້ອມຈາກພືດບຸກລຸກ