ຄວາມເປັນໄປໄດ້ຂອງ ໂຄງການນ້ຳເທີນ ຢູ່ເຂດທົ່ງພຽງນາກາຍ ສຳລັບການສ້າງພະລັງງານໄຟຟ້າ ໄດ້ຮັບການລະບຸຕັ້ງແຕ່ປີ 1927, ແຕ່ວ່າບໍ່ໄດ້ດຳເນີນການສຶກສາລະອຽດ ຈົນເຖິງກາງຊຸມປີ 1970 ຈິ່ງເລີ່ມດຳເນີນການສຶກສາລະອຽດກ່ຽວກັບຄວາມເປັນໄປໄດ້ຂອງໂຄງການ. ໃນທ້າຍຊຸມປີ 1980 ລັດຖະບານລາວ ໄດ້ແນໃສ່ໂຄງການນ້ຳເທີນ 2 ໃຫ້ເປັນສິ່ງຂັບເຄື່ອນທີ່ສຳຄັນສຳລັບການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ແລະ ໄດ້ເຊື້ອເຊີນເອົາທະນາຄານໂລກ ໃຫ້ເຂົ້າຮ່ວມໃນໂຄງການ. ລັດຖະບານ ແລະ ຜູ້ລົງທຶນເອກະຊົນຫຼາຍພາກສວນ ໄດ້ສ້າງຕັ້ງບໍລິສັດຂຶ້ນມາ ແລະ ໃສ່ຊື່ວ່າ "Nam Theun 2 Electricity Consortium (NTEC)" ເພື່ອສຶກສາຄົ້ນຄວ້າ ແລະ ພັດທະນາໂຄງການດັ່ງກ່າວ. ໃນປີ 1994 ບໍລິສັດໄຟຟ້າຝຣັ່ງ ແລະ ບໍລິສັດ ມະຫາຊົນ ອີຕາລີ-ໄທ ພັດທະນາ ແຫ່ງປະເທດໄທ ໄດ້ເຂົ້າຮ່ວມໃນໂຄງການ, ແລະ ໄດ້ຫັນປ່ຽນຈາກແນວຄວາມຄິດ ມາສູ່ໄລຍະການພັດທະນາ. ການອອກແບບ ແລະ ການກະກຽມແບບຄົບຊຸດດ້ານເສດຖະກິດ, ການປົກປັກຮັກສາສິ່ງແວດລ້ອມ ແລະ ສັງຄົມ ແມ່ນໃຊ້ເວລາຫຼາຍກວ່າສິບປີ, ເຊິ່ງໃນໄລຍະທີ່ NTEC ກາຍມາເປັນ ບໍລິສັດ ໄຟຟ້ານ້ຳເທີນ 2 ຈຳກັດ, ຫຼື NTPC. ການຈັດຫາເງິນທຶນຂອງໂຄງການແມ່ນຄ່ອຍໆເປັນຮູບເປັນຮ່າງຂຶ້ນ ແລະ ກິດຈະກຳການກໍ່ສ້າງເຕັມສ່ວນ ໄດ້ເລີ່ມຕົ້ນຂຶ້ນໃນເດືອນມິຖຸນາ 2005.
Nam Theun River’s hydropower potential identified
1970Construction activities commence and implementation of safeguards
2005Financial Closure (FC) and beginning of full construction activities
May 2005Nam Theun 2 Cornerstone Ceremony
Nov 2005Construction of resettlement villages and relocation of villagers to new homes
April 2006 - April 2008Water releases from Nakai Dam for testing and commissioning
Jan 2009Energisation of 500 kV Transmission Lines & Substation
March 2009Successful testing of first Francis Unit turbine and synchronisation with Thai national grid
June 2009Commercial Operations Date achieved;
25 years NTPC concession begins
Official Inauguration at the Power Station
December 2010Project Lands Program successfully completed
December 2011Handover of the NT2 Downstream Program to the Lao Government
December 2012Handover of the NT2 Public Health Program to the Lao Government
December 2013Nakai District declared out of poverty
December 2013Achievement of the Household Income Target for Nakai resettlers
January 2014